ຄຳເວົ້າແຫ່ງວິໄສທັດ

ສ້າງສັນ
ຊີວິດໃນອະນາຄົດທີ່
ທຸກໆຄົນມີ
ຮອຍຍິ້ມອັນເບີກບານ

ແນວຄວາມຄິດໃນຄຳເວົ້າແຫ່ງວິໄສທັດ

ສິ່ງທີ່ບໍ່ປ່ຽນແປງຄື ການເອົາ “ລູກຄ້າ” ເປັນຈຸດເລີ່ມຕົ້ນ ເອົາ “ວິຖີຊີວິດ” ເປັນຂົງເຂດທຸລະກິດ ເພື່ອສ້າງສັນຄວາມຄວາມຮັ່ງມີສີສຸກ ແລະ ຄວາມສຸກໃຫ້ລູກຄ້າ ຜູ້ເປັນຄົນທີ່ດຳລົງຊີວິດ

ສິ່ງທີ່ປ່ຽນແປງຄື ດຶງດູດເອົາໃຈຂອງ “ຜູ້ຄົນ” ທີ່ຫຼາກຫຼາຍແບບບໍ່ເຄີຍມີມາກ່ອນ ບໍ່ພຽງແຕ່ຮັບມືກັບອະນາຄົດທີ່ຈະປ່ຽນແປງ ແຕ່ຈະເປັນການ “ສ້າງສັນ” ວິຖີຊີວິດຂອງພວກເຮົາແຫ່ງອະນາຄົດ

ພວກເຮົາເອົາ “ຮອຍຍິ້ມ” ທີ່ເກີດຈາກລູກຄ້າ ແລະ ພວກເຮົາ ມາປຽບເປັນດອກໄມ້ທີ່ຫຼາກຫຼາຍສີສັນ ແລະ ໃຫ້ຊື່ວ່າ “ຮອຍຍິ້ມອັນເບັ່ງບານ”

ນີ້ຄືເລື່ອງເລົ່າຂອງ
ພວກເຮົາ AEON ແລະ MIRAI*

*MIRAI ໝາຍເຖິງ “ອະນາຄົດ” ໃນພາສາຍີ່ປຸ່ນ

(ພວກເຮົາກຳລັງມຸ່ງໜ້າໄປສູ່ທິດທາງໃດນໍ້?)
ຄຳຖາມດັ່ງກ່າວ ປະກົດຂຶ້ນມາໃນໃຈຂອງ AEON ພວດດຽວ
ພໍແຕ່ສວດຮູ້ MIRAI ກໍມາຢູ່ທາງຂ້າງເປັນທີ່ຮຽບຮ້ອຍແລ້ວ

(ພວກເຮົາກຳລັງມຸ່ງໜ້າໄປສູ່ທິດທາງໃດນໍ້?)
ຄຳຖາມດັ່ງກ່າວ ປະກົດຂຶ້ນມາໃນໃຈຂອງ AEON ພວດດຽວ ພໍແຕ່ສວດຮູ້ MIRAI ກໍມາຢູ່ທາງຂ້າງເປັນທີ່ຮຽບຮ້ອຍແລ້ວ

ອະນາຄົດຂ້າງໜ້ານີ້
ວິຖີຊີວິດ ແລະ ສັງຄົມ
ຈະເປັນແນວໃດນໍ້

ອະນາຄົດທີ່ແນ່ນອນຫັ້ນ,
ມັນບໍ່ມີດອກ

MIRAI ຍິ້ມແລະຕອບກັບມາ

ໃນໂລກຂອງເຮົາຕອນນີ້ ຈະຄາດເດົາອະນາຄົດນັ້ນ ກໍອາດຈະເຮັດໄດ້ຢູ່

ຍົກຕົວຢ່າງ ເຕັກໂນໂລຢີເຮັດໃຫ້ມະນຸດເຮົາມີອິດສະຫຼະຫຼາຍຂຶ້ນ ແຕ່ ກໍອາດມີຄົນທີ່ລຳບາກຍ້ອນມັນ

ບັນຫາຂອງສິ່ງແວດລ້ອມ ອາດຈະຮ້າຍແຮງຂຶ້ນໄປຕື່ມ ແຕ່ຍ້ອນແນວນັ້ນອາດເຮັດໃຫ້ໂລກຂອງເຮົາ ກາຍເປັນພຽງສິ່ງດຽວ

ແຕ່ວ່າ, ອະນາຄົດ ຈະຜັນແປໄປທິດທາງໃດນັ້ນ ບໍ່ແມ່ນວ່າ ພວກເຮົາຈະບໍ່ຮູ້ເລີຍ

“ຢາກໃຫ້ວິວິຖີຊີວິດ ແລະ ສັງຄົມແບບນີ້ ກາຍເປັນຈິງ” ຄວາມຄິດແບບນີ້ ກໍຈະກາຍເປັນສ່ວນໜຶ່ງຂອງອະນາຄົດ

MIRAI ຊີ້ມືອອກໄປໄກໆ ແລ້ວເວົ້າວ່າ

ເອົາລະ, ເງີຍໜ້າຂຶ້ນ, ເບິ່ງເດີ້
ສິ່ງທີ່ຄາດເດົາໄດ້ບໍ່ແມ່ນສິ່ງທີ່ຢູ່ໃກ້ໆນີ້ເທົ່ານັ້ນ, ພຸ້ນຢູ່ໄກໆພຸ້ນ
ທິວທັດທີ່ເຫັນເປັນແນວໃດ?

ບໍ່ເຫັນຫຍັງເລີຍ ເຫັນແຕ່ໂລກທີ່ວ່າງເປົ່າ

ຄັ້ນຊັ້ນລອງຈິດຕະນາການເບິ່ງ ທິວທັດທີ່ພວກເຈົ້າຢາກເຫັນ ລອງວາດພາບໃນໃຈເບິ່ງ

AEON ໄດ້ແນມເບິ່ງທາງດ້ານໜ້າທີ່ແສນໄກອີກຄັ້ງໜຶ່ງ ເໝື່ອນກັບແນມເບິ່ງຜືນຜ້າສີຂາວ

…ອ໊ະ!

ຮອຍຍິ້ມ! ເຫັນຮອຍຍິ້ມ!

ທຸກຄົນມີຮອຍຍິ້ມທີ່ງົດງາມແບບທີ່ບໍ່ເຄີຍເຫັນມາກ່ອນ

ເໝືອນກັບວ່າທົ່ງດອກໄມ້ທີ່ກວ້າງຂວາງສຸດຊົ່ວສາຍຕາ.

ເດ້! ທັງລູກຄ້າ ແລະ ພວກເຮົາພາກັນຍິ້ມຢູ່!

ເດ້! ທັງລູກຄ້າ ແລະ ພວກເຮົາພາກັນຍິ້ມຢູ່!

ເຖິງຈະຄາດເດົາບໍ່ໄດ້ ແຕ່ກໍສາມາດຈິນຕະນາການໄດ້
ສິ່ງທີ່ຈິນຕະນາການໄດ້ກໍສ້າງສັນໄດ້

ອືມ, ເຫັນແລ້ວ ທັດສະນີຍະພາບທີ່ພວກເຮົາຢາກໃຫ້ເປັນຈິງ

AEON ຕອບດ້ວຍສາຍຕາອັນເປັນປະກາຍ

ສ້າງສັນ
ຊີວິດໃນອະນາຄົດທີ່
ທຸກໆຄົນມີ
ຮອຍຍິ້ມອັນເບີກບານ

ຢູ່ໃນຫົວໃຈ
ຖ້າຍັງມີຮອຍຍິ້ມທີ່ຫຼາກຫຼາຍສີສັນ ເຮົາຕ້ອງເຮັດໃຫ້ໄດ້

ການວາງຕຳແໜ່ງ ແລະ ການສ້າງວິໄສທັດຂອງ AEON

ການວາງຕຳແໜ່ງ ແລະ ການສ້າງວິໄສທັດຂອງ AEON

ວິໄສທັດ ແມ່ນ ປ້າຍບອກທາງຂອງອະນາຄົດ

ເລື່ອງເລົ່າ ເປັນເສັ້ນທາງເລີ່ມຕົ້ນໄປສູ່ອະນາຄົດທີ່ພວກເຮົາມຸ່ງຫວັງ ເຈົ້າໄດ້ຂຽນທັດສະນີຍະພາບແບບໃດ? “ວິໄສທັດແຫ່ງອະນາຄົດຂອງ AEON ກຣຸບ” ທີ່ຈະແນະນຳຕໍ່ໄປນີ້ ແມ່ນ ອີງຕາມ “ປັດຊະຍາພື້ນຖານຂອງ ອີອອນ” ແລະ ໄດ້ນຳເອົາຄວາມຄິດ ແລະ ຄວາມເຂັ້ມແຂງຂອງກຸ່ມບໍລີສັດຕ່າງໆ ແລະ ບຸກຄົນຂອງ AEON ເພື່ອມາເປັນປ້າຍບອກທາງໄປສູ່ອະນາຄົດ

ວິໄສທັດນີ້ປະກອບໂດຍ
“ອະນາຄົດທີ່ AEON ກຣຸບຢາກສ້າງໃຫ້ເປັນຈິງ” ແລະ “ພາບລັກທີ່ AEON ກຣຸບປາຖະໜາ” ເພື່ອເຮັດໃຫ້ອະນາຄົດດັ່ງກ່າວເປັນຈິງ “ພາບລັກ ແລະ ຄຳໝັ້ນສັນຍາທີ່ຈະເອົາໃຈໃສ່” ທີ່ມວນຊົນ AEON ແບ່ງປັນກັນ ດັ່ງ3 ຢ່າງນີ້

ວິໄສທັດທັງໝົດນີ້ເວົ້າໂດຍລວມໜຶ່ງຄຳສັບ ກໍຄື “ຄຳເວົ້າແຫ່ງວິໄສທັດ”

ຄຳເວົ້າແຫ່ງວິໄສທັດ

ສ້າງສັນ
ຊີວິດໃນອະນາຄົດທີ່
ທຸກໆຄົນມີ
ຮອຍຍິ້ມອັນເບີກບານ

ອະນາຄົດທີ່ AEON
ກຣຸບຢາກສ້າງໃຫ້ເປັນຈິງ

ໃຫ້ລູກຄ້າໄດ້ສຳຜັດເຖິງ “ສັງຄົມທີ່ສົດໃສ” ແລະ ຮູ້ສຶກເຖິງ “ຄວາມສຸກຂອງຕົນເອງ” ເພື່ອໃຫ້ອະນາຄົດມີ “ຄວາມອຸດົມຮັ່ງມີ ແລະ ເຕັມປ່ຽມໄປດ້ວຍຮອຍຍິ້ມ”

ພາບລັກທີ່ AEON
ກຣຸບປາຖະໜາ

ເປັນກຸມທີ່ນຳໜ້າໃນການຮ່ວມສ້າງວິຖີຊີວິດ
ທັງບຸກຄົນ ແລະ ທັງສັງຄົມ
ເພື່ອສ້າງຄວາມອຸດົມຮັ່ງມີຍິ່ງໆຂຶ້ນ

ພາບລັກ ແລະ ຄຳໝັ້ນສັນຍາທີ່
ຈະເອົາໃຈໃສ່

~ພາບລັກ 3 ຢ່າງ~
“ປະຕິບັດດ້ວຍຄວາມສະໝັກໃຈ, ບົນພື້ນຖານຄວາມຄິດ” “ຮຽນຮູ້ແບບບໍ່ຢຸດຢັ້ງ, ເສີມສ້າງຄຸນຄ່າຂຶ້ນມາໃໝ່” “ສ້າງຄວາມສຳພັນ, ບຳລຸງຮັກສາ, ແລະ ແບ່ງປັນ”
~ຄຳໝັ້ນສັນຍາ 1 ຂໍ້~
“ຊື່ສັດ ແລະ ຈິງໃຈ ຢ່າງບໍ່”

ອະນາຄົດທີ່ AEON ກຣຸບຢາກສ້າງໃຫ້ເປັນຈິງ

ອະນາຄົດທີ່ AEON ກຣຸບຢາກສ້າງໃຫ້ເປັນຈິງ

ໃຫ້ລູກຄ້າໄດ້ສຳຜັດເຖີງ “ສັງຄົມທີ່ສົດໃສ” ແລະ ຮູ້ສຶກເຖິງ “ຄວາມສຸກຂອງຕົນເອງ” ເພື່ອໃຫ້ອະນາຄົດມີ “ຄວາມອຸດົມຮັ່ງມີ ແລະ ເຕັມປ່ຽມໄປດ້ວຍຮອຍຍິ້ມ”

ໃຫ້ລູກຄ້າໄດ້ສຳຜັດເຖີງ “ສັງຄົມທີ່ສົດໃສ” ແລະ ຮູ້ສຶກເຖິງ “ຄວາມສຸກຂອງຕົນເອງ” ເພື່ອໃຫ້ອະນາຄົດມີ “ຄວາມອຸດົມຮັ່ງມີ ແລະ ເຕັມປ່ຽມໄປດ້ວຍຮອຍຍິ້ມ”

ເມື່ອຄວາມໄວຂອງການປ່ຽນແປງເພີ່ມຂຶ້ນ ແລະ ປະກົດການຕ່າງໆມາເຊື່ອມໂຍງກັນ ການຄາດເດົາອະນາຄົດຈະກາຍເປັນເລື່ອງທີ່ຍາກຂຶ້ນ ດ້ານໜຶ່ງມີການພົບປະທີ່ປະຫຼາດໃຈ ຫຼື ການຄົ້ນພົບສິ່ງທີ່ດີ, ແຕ່ອີກດ້ານໜຶ່ງອາດຈະມີຄວາມທ້າທ້າຍທີ່ຊັບຊ້ອນ ແລະ ເລິກເຊິ່ງເພີ່ມຂຶ້ນກໍເປັນໄດ້

ຄວາມກ້າວໜ້າຂອງເຕັກໂນໂລຢີ ເສີມຂະຫຍາຍຄວາມສາມາດຂອງມະນຸດ ລູກຄ້າຈະສະແຫວງຫາສິ່ງທີ່ມີຄວາມເປັນຂອງຕົນເອງ, ຄວາມເຫັນດີ, ຄວາມເຊື່ອໝັ້ນ ແລະ ອື່ນໆ ທີ່ໄດ້ຮັບຄວາມອຸດົມສົມບູນຈາກດ້ານໃນຂອງຈິດໃຈ

ພວກເຮົາໄດ້ຈິນຕະນາການຮູບພາບຂອງ “ອະນາຄົດທີ່ AEON ກຣຸບຢາກສ້າງໃຫ້ເປັນຈິງ” ຈາກມຸມມອງຂອງລູກຄ້າ

ອະນາຄົດທີໃຫ້ລູກຄ້າໄດ້ສຳຜັດເຖິງ “ສັງຄົມທີ່ສົດໃສ”

ຄວາມສະດວກ, ຄວາມສະບາຍ, ປະສົບການຕື່ນເຕັ້ນໃນຊີວິດເພີ່ມຂຶ້ນ ຄວາມກັງວົນດ້ານລົບເຊັ່ນ ຄວາມເລື່ອມລ້ຳ ແລະ ບັນຫາທາງສິ່ງແວດລ້ອມແມ່ນ ຈະເລີ່ມຫາຍໄປ ພວກເຮົາ ຢາກນໍາເອົາສິ່ງເຫຼົ່ານີ້ມາສ້າງ ອະນາຄົດທີ່ສາມາດສຳຜັດໄດ້ເຖິງຄວາມສົດໃສຂອງສັງຄົມໃຫ້ເປັນຈິງ

ອະນາຄົດທີ່ລູກຄ້າສາມາດສຳຜັດເຖີງ “ຄວາມສຸກຂອງຕົນເອງ”

ຮູ້ຄວາມສາມາດ ແລະ ການເຕີບໂຕຂອງຕົນເອງ. ສະແດງບຸກຄະລິກກະພາບ ແລະ ພະລັງດຶງດູດຂອງຕົນອອກມາໄດ້. ມີສະຖານທີ່ທີ່ເປັນໂຕຂອງຕົນເອງໄດ້, ມີຄົນທີ່ເຫັນດີນຳ ແລະ ໄວ້ວາງໃຈກັນ. ຢາກໃຫ້ທຸກໆຄົນໄດ້ສຳຜັດຄວາມສຸກທີ່ເປັນໂຕຂອງຕົນເອງ ຜ່ານສິ່ງເຫຼົ່ານັ້ນໃນອະນາຄົດ

ອະນາຄົດທີ່ລູກຄ້າມີ “ຄວາມອຸດົມຮັ່ງມີ ແລະ ເຕັມປ່ຽມໄປດ້ວຍຮອຍຍິ້ມ”

ໃນບາງຄັ້ງ, ຄວາມຈະເລີນພັດທະນາຂອງສັງຄົມ ແລະ ຄວາມສຸກຂອງທຸກໆຄົນ, ອາດກົງກັນຂ້າມກັນ. ໂດຍການດຸ່ນດ່ຽງທັງສອງນັ້ນ ເຮັດໃຫ້ລູກຄ້າດຳລົງຊີວິດຢ່າງອຸດົມສົມບູນພ້ອມດ້ວຍຮອຍຍິ້ມ. ໃນອະນາຄົດ, ຢາກໃຫ້ຮອຍຍິ້ມນັ້ນ ກວ້າງຂວາງທົ່ວເຖີງສຸດຊົ່ວສາຍຕາ

ພາບລັກທີ່ AEON ກຣຸບປາຖະໜາ

ເປັນກຸ່ມທີ່ນຳໜ້າໃນການຮ່ວມສ້າງວິຖີຊີວິດ
ທັງບຸກຄົນ ແລະ ທັງສັງຄົມ
ເພື່ອສ້າງຄວາມອຸດົມສົມບູນຍິ່ງໆຂຶ້ນ

ພວກເຮົາຢາກໃຫ້ທັງລູຄ້າ ແລະ ໝູ່ເພື່ອນທີ່ເຫັນດີກັບວິໄສທັດຂອງເຮົາ ມາຮ່ວມມືກັນເປັນກຸ່ມເພື່ອສ້າງອະນາຄົດ ທີ່ມີຮອຍຍິ້ມທີ່ເບີກບານນຳກັນ

ໂດຍນຳເອົາການປະດິດສ້າງຂອງຕົນ ແລະ ການຮ່ວມສ້າງວິຖີຊີວິດ ເປັນກຸ່ມທີ່ເຮັດໃຫ້ທຸກໆຄົນ ແລະ ສັງຄົມອຸດົມສົມບູນ ພ້ອມການເຕີບໂຕ ແລະ ພັດທະນາ

ພັດທະນາຜະລິດຕະພັນ ແລະ ການບໍລິການ ກ້ຽວພັນໄປເຖິງ “ຄວາມສຳພັນ” ທີ່ເປັນຄີເວີດທີ່ຈະນຳມາເປັນບົດບາດຕໍ່ໄປນີ້ ເພື່ອສ້າງສະໜອງຄຸນຄ່າທີ່ບໍ່ເຄີຍມີມາກ່ອນ

“ຄວາມສຳພັນ”

ສ້າງຄວາມສຳພັນ ກັບຄົນຄົນໜຶ່ງຢ່າງເລິກເຊິ່ງ

ສ້າງຄວາມສຳພັນ ລະຫວ່າງຄົນ ແລະ ສັງຄົມ

ສ້າງຄວາມສຳພັນລະຫວ່າງຄົນ ແລະ ຄົນ

ຂະຫຍາຍຄວາມສຳພັນ

ໃນການປະຕິບັດ 4 ພາລະບົດບາດ ພ້ອມທັງຕອບສະໜອງຄຸນຄ່າໃໝ່ ຄວາມທ້າທາຍຂອງເຮົາມີຢູ່ຈຸດນີ້

ສ້າງຄວາມສຳພັນກັບຄົນຄົນໜຶ່ງຢ່າງເລິກເຊິ່ງ

ມີການພົວພັນກ່ອນ-ຫຼັງຕອບສະໜອງຜະລິດຕະພັນ ແລະ ການບໍລິການ ເພື່ອເຮັດໃຫ້ຄວາມຜູກໝັ້ນເນັ້ນໜາ ຈັບທັດສະນະລວມກ່ຽວກັບຊີວິດຂອງທຸກຄົກ, ເຂົ້າໃຈຈິດໃຈ ແລະ ຄວາມຮູ້ສຶກຂອງລູກຄ້າ ໃຫ້ລູກຄ້າໄດ້ຮູ້ຄວາມສາມາດຂອງຕົນ, ໄດ້ສະແດງບຸກຄະລິກກະພາບຂອງຕົນເອງອອກມາ ເພື່ອໄດ້ມີຄວາມສຸກໃນການດຳລົງຊີວິດແຕ່ລະວັນຂອງຕົນ, ຈະຕອບສະໜອງຄຸນຄ່າທີ່ຢາກໄດ້ຈາກຈິດໃຈ

ສ້າງຄວາມສຳພັນລະຫວ່າງຄົນ ແລະ ຄົນ

ພວກເຮົາຈະເຊື່ອມຕໍ່ລູກຄ້າເຊິ່ງກັນ ແລະ ກັນໂດຍອີງໃສ່ຄຸນຄ່າຊີວິດ ແລະ ຄວາມມັກຂອງແຕ່ລະຄົນ. ນຳພາຂ້າມຜ່ານໄວອາຍຸ, ໄລຍະທາງ ແລະ ສິ່ງກີດຂວາງໃຫ້ມາກ່ຽວຂ້ອງກັນ, ຈະຕອບສະໜອງໂອກາດ, ເວລາ ແລະ ສະຖານທີ່ເພື່ອໃຫ້ໄດ້ແບ່ງປັນຄວາມດີໃຈ-ຄວາມມ່ວນຊື່ນນຳຜູ້ທີ່ທ່ານເຫັນດີ ແລະ ເຊື່ອໝັ້ນ

ສ້າງຄວາມສຳພັນ ລະຫວ່າງຄົນ ແລະ ສັງຄົມ

ຜ່ານການພົວພັນ ແລະ ການຊ່ວຍເຫຼືອຄົນອື່ນ, ພວກເຮົາຈະຕອບສະໜອງໂອກາດ ແລະ ວິທີໃຫ້ແກ່ລູກຄ້າໄດ້ສ້າງສັນຄວາມອຸດົມສົມບູນຂອງຈິດໃຈໂດຍເອົາຄົນຄົນໜຶ່ງມີຄວາມສຳພັນກັບສັງຄົມ. ເພື່ອໃຫ້ໄດ້ເອົາບຸກຄະລິກກະພາບແລະຄວາມສາມາດຂອງຕົນ ນຳມາສະແດງອອກໃນໂອກາດທີ່ໄດ້ສຳຜັດຄວາມສຸກກັບສັງຄົມ ຂະຫຍາຍຄວາມສຳພັນ

ຂະຫຍາຍຄວາມສຳພັນ

ນຳເອົາຄວາມຜູກໝັ້ນທີ່ຢູ່ “ອ້ອມຂ້າງ” ລູກຄ້າໄປສູ່ “ທ້ອງຖິ່ນ” ເຖິງ “ທົ່ວໂລກ”, ໃຫ້ໄດ້ຄິດເຖິງຄວາມອຸດົມສົມບູນຂອງສັງຄົມໂດຍລວມຈາກຊີວິດປະຈໍາວັນ. ນອກນັ້ນ, ຈະໄດ້ສ້າງສັນໃຫ້ສັງຄົມສົດໃສເຕັມໄປດ້ວຍຄວາມດີໃຈ ໄປດ້ວຍກັນກັບລູກຄ້າ

ພາບລັກ ແລະ ຄຳໝັ້ນສັນຍາທີ່ຈະເອົາໃຈໃສ່

ພາບລັກ ແລະ ຄຳໝັ້ນສັນຍາທີ່ຈະເອົາໃຈໃສ່

ເພື່ອເປັນກຸ່ມບໍລິສັດທີ່ສືບຕໍ່ປະດິດສ້າງ ແລະ ໃຫ້ວິໄສທັດມີຄວາມເປັນຈິງ. ພວກເຮົາຈະແບ່ງປັນ 3 ພາບຫຼັກ ແລະ 1 ຄໍາໝັ້ນສັນຍາ ເພື່ອສ້າງສັນອະນາຄົດທີ່ໄດ້ດຳລົງຊີວິດຢ່າງມີຮອຍຍິ້ມອັນເບີກບານ

ພາບລັກ 3 ຢ່າງ

“ປະຕິບັດດ້ວຍຄວາມສະໝັກໃຈ, ບົນພື້ນຖານຄວາມຄິດ”

ເອົາລູກຄ້າເປັນຈຸດກາງ ແລະ ທຸກຄົນມີຄວາມຄິດຂອງຕົນ, ສະແດງອອກ ແລະ ລົງມືປະຕິບັດ. ຈະນຳເອົາຫັນຄື້ນແຫ່ງການສົນທະນາ ແລະ ການຮ່ວມມືທີ່ເກີດຂຶ້ນຈາກການກະທຳແບບສະໝັກໃຈໃຫ້ກາຍເປັນພະລັງຂອງນະວັດຕະກຳ

“ຮຽນຮູ້ແບບບໍ່ຢຸດຢັ້ງ, ເສີມສ້າງຄຸນຄ່າຂຶ້ນມາໃໝ່”

ການສືບຕໍ່ການຮຽນຮູ້, ເຮັດໃຫ້ຂະຫຍາຍຄວາມເປັນໄປໄດ້ຂອງການປະຕິບັດ. ພວກເຮົາຈະສ້າງມູນຄ່າໃຫມ່ໂດຍການຄົ້ນພົບປັນຍາຈາກການປະຕິບັດ ແລະ ການຂັດເອົາຄວາມຊໍານານຂອງພວກເຮົາເອງ

“ສ້າງຄວາມສຳພັນ, ບຳລຸງຮັກສາ, ແລະ ແບ່ງປັນ”

ສ້າງສັນ ແລະ ບໍາລຸງລ້ຽງການເຊື່ອມຕໍ່ທີ່ຫຼາກຫຼາຍຊະນິດໂດຍບໍ່ກຳນົດຂອບເຂດບໍລິສັດ, ກຸ່ມ ແລະ ອົງການຈັດຕັ້ງ. ເລັ່ງວົງຈອນຂອງການຮຽນຮູ້ເຊິ່ງກັນແລະກັນ ແລະ ການສ້າງມູນຄ່າໂດຍຜ່ານການສ້າງຄວາມສຳພັນ ເພື່ອສ້າງສັນອະນາຄົດຂອງການດໍາລົງຊີວິດດ້ວຍກັນ

ຄຳໝັ້ນສັນຍາ 1 ຂໍ້

“ຊື່ສັດ ແລະ ຈິງໃຈ ຢ່າງບໍ່ຢຸດຢັ້ງ”

ຍ້ອນມີຄວາມຈິງໃຈ ແລະ ຄວາມຊື່ສັດເຮັດໃຫ້ຄົນໄວ້ວາງໃຈໃນການກະທໍາ ແລະ ພາໃຫ້ເກີດການເຫັນອົກເຫັນໃຈກັນ ຄວາມເຫັນອົກເຫັນໃຈຈາກລູກຄ້າ ແລະ ສະຫາຍ ເປັນຈຸດເລີ່ມຕົ້ນຂອງການຮ່ວມສ້າງກັນ ພວກເຮົາສາບານວ່າຈະະສືບຕໍ່ການມີຄວາມຈິງໃຈແລະຊື່ສັດຕະຫຼອດໄປ

ຈິນຕະນາການ ແລະ ມາສ້າງສັນ
ທິວທັດເຕັມປ່ຽມໄປດ້ວຍຮອຍຍິ້ມທີ່ຫຼາກຫຼາຍສີສັນ